ANDA Property Agency

Directions

ANDA Property Agency ຮັບຝາກຊື້ຂາຍດິນ,ບ້ານ ແລະ ອະສັງຫາທຸກປະເພດ,ໃຫ້ຄຳປຶກ ແລະ ພ້ອມໃຫ້ບໍລິການນອກສະຖານທີ່ 020 2365 9194

05/10/2026

ຂາຍດິນພ້ອມເຮືອນ ທີ່ບ້ານໂຊກຄຳ
ເນື້ອທີ່ 1.519 ຕາແມັດ
#ອະສັງຫາລິມະຊັບ🏠 #ນະຄອນຫລວງວຽງຈັນ🇱🇦 #ດິນພ້ອມເຮືອນ

ອັບເດດ❌️❌️
30/09/2026

ອັບເດດ
❌️❌️

ເປັນຫຍັງ Demand ຈຶ່ງສຳຄັນກວ່າຄວາມຮູ້ສຶກວ່າ “ທຳເລນີ້ໜ້າຈະດີ”❓️ເວລາເຮົາເບິ່ງທີ່ດິນຕອນໜຶ່ງ ເຮົາມັກໄດ້ຍິນຄຳວ່າ:“ທຳເລນີ້ດີ”“ອ...
18/09/2026

ເປັນຫຍັງ Demand ຈຶ່ງສຳຄັນກວ່າຄວາມຮູ້ສຶກວ່າ “ທຳເລນີ້ໜ້າຈະດີ”❓️

ເວລາເຮົາເບິ່ງທີ່ດິນຕອນໜຶ່ງ ເຮົາມັກໄດ້ຍິນຄຳວ່າ:
“ທຳເລນີ້ດີ”
“ອະນາຄົດລາຄາໜ້າຈະຂຶ້ນ”
“ຢູ່ໃກ້ທາງໃຫຍ່”
“ເຂດນີ້ກຳລັງພັດທະນາ”
ສິ່ງເຫຼົ່ານີ້ອາດເປັນຈຸດດີຂອງທີ່ດິນ ແຕ່ຍັງບໍ່ພໍທີ່ຈະສະຫຼຸບວ່າ ທີ່ດິນຕອນນັ້ນຈະຂາຍງ່າຍ ຫຼື ລາຄາຈະຂຶ້ນແນ່ນອນ.
ເພາະອີກສິ່ງໜຶ່ງທີ່ສຳຄັນຫຼາຍຄື Demand - ຄວາມຕ້ອງການຊື້ຈິງຈາກຕະຫຼາດ.

1. Demand ບໍ່ແມ່ນພຽງ “ມີຄົນສົນໃຈ”
ຖ້າເວົ້າໃຫ້ງ່າຍ Demand ໃນຕະຫຼາດທີ່ດິນຄື:
ມີຄົນຕ້ອງການ + ມີກຳລັງຊື້ + ມີເຫດຜົນຈະຊື້ + ຍອມຮັບລາຄານັ້ນໄດ້.
ທີ່ດິນຕອນໜຶ່ງອາດງາມ, ຕິດທາງໃຫຍ່, ໜ້າດິນກວ້າງ ແລະ ເຂົ້າອອກສະດວກແຕ່ຖ້າລາຄາລວມສູງເກີນກຳລັງຊື້ຂອງກຸ່ມລູກຄ້າໃນຕະຫຼາດ ຈຳນວນຜູ້ຊື້ທີ່ສາມາດປິດການຊື້-ຂາຍໄດ້ຈິງກໍຈະໜ້ອຍລົງ ດັ່ງນັ້ນ:
“ທຳເລດີ” ບໍ່ເທົ່າກັບ “ຂາຍງ່າຍ” ສະເໝີໄປ.

2. ຢ່າເບິ່ງພຽງແຕ່ວ່າ “ຢູ່ໃກ້ຫຍັງ?”
ທີ່ດິນຢູ່ໃກ້ໂຮງຮຽນ, ໂຮງໝໍ, ສູນການຄ້າ, ຫ້ອງການ, ທາງໃຫຍ່ ຫຼື ໂຄງການໃໝ່ ອາດເປັນປັດໄຈບວກ ແຕ່ຄຳຖາມທີ່ຄວນຖາມຕໍ່ຄື:
ສິ່ງທີ່ຢູ່ໃກ້ນັ້ນ ສາມາດດຶງຄົນເຂົ້າມາຢູ່, ເຮັດວຽກ, ຄ້າຂາຍ ຫຼື ລົງທຶນໄດ້ແທ້ບໍ?
ເພາະການມີໂຄງການ ຫຼື ສິ່ງພັດທະນາຢູ່ໃກ້ ບໍ່ໄດ້ໝາຍຄວາມວ່າ Demand ຈະເກີດຂຶ້ນທັນທີຕ້ອງເບິ່ງວ່າ ມັນສ້າງການນຳໃຊ້ພື້ນທີ່ ແລະ ດຶງຜູ້ຊື້ເຂົ້າມາໄດ້ຈິງຫຼາຍປານໃດ.

3. Demand ຕ້ອງເບິ່ງຄູ່ກັບ Supply
ສົມມຸດວ່າມີຜູ້ຊື້ 10 ຄົນ ແລະ ມີທີ່ດິນຂາຍພຽງ 3 ຕອນ.
ກັບອີກເຂດໜຶ່ງ ມີຜູ້ຊື້ 10 ຄົນຄືກັນ ແຕ່ມີທີ່ດິນໃຫ້ເລືອກ 50 ຕອນ ເຖິງຈະມີ Demand 10 ຄົນເທົ່າກັນ ແຕ່ສະພາບຕະຫຼາດບໍ່ຄືກັນ ເມື່ອ Supply ຫຼາຍ ຜູ້ຊື້ກໍມີທາງເລືອກຫຼາຍ ສາມາດປຽບທຽບລາຄາ, ຂະໜາດ, ໜ້າດິນ, ທາງເຂົ້າ, ສະພາບທີ່ດິນ ແລະ ຕໍ່ລອງໄດ້ຫຼາຍຂຶ້ນ Demand ຈຶ່ງບໍ່ຄວນເບິ່ງໂດດໆ ແຕ່ຕ້ອງເບິ່ງ Supply ຄຽງຄູ່ກັນ.

4. Location ປ່ຽນ — ກຸ່ມຜູ້ຊື້ກໍປ່ຽນ
ຈາກການຕິດຕາມຕະຫຼາດທີ່ດິນໃນວຽງຈັນ ມີອີກຈຸດໜຶ່ງທີ່ເຫັນໄດ້ຄ່ອນຂ້າງຊັດເຈນ: ທີ່ດິນຢູ່ເຂດດຽວກັນ ບໍ່ໄດ້ໝາຍຄວາມວ່າຈະມີ Demand ຄືກັນ ຕົວຢ່າງເຊັ່ນ: ເຂດເສັ້ນທາງ ຕັດໃຫມ່ພົງຊັບດົງນາທອງ–ໜອງພະຍາ ຖ້າເບິ່ງພຽງຊື່ເຂດ ເຮົາອາດຄິດວ່າທີ່ດິນທັງໝົດຄວນມີລາຄາ ແລະ Demand ໃກ້ຄຽງກັນ ແຕ່ຕະຫຼາດຈິງບໍ່ໄດ້ເປັນແບບນັ້ນ.
ທີ່ດິນຕິດທາງຫຼັກ
ທີ່ດິນທີ່ຕິດທາງຫຼັກ ມັກຈະເປີດການນຳໃຊ້ໄດ້ຫຼາຍກວ່າ.
ກຸ່ມຜູ້ຊື້ອາດມີທັງ:
• ນັກລົງທຶນ
• ຜູ້ພັດທະນາໂຄງການ
• ເຈົ້າຂອງທຸລະກິດ
• ຜູ້ຊື້ທີ່ຕ້ອງການພັດທະນາອາຄານພານິດ, ຫ້ອງການ, ສາງ ຫຼື ໂຄງການຂະໜາດໃຫຍ່
• ລວມເຖິງ ຜູ້ຊື້ເພື່ອຖືໄວ້ ແລະ ຫວັງກຳໄລຈາກມູນຄ່າທີ່ດິນໃນອະນາຄົດ
ເຫດຜົນຄື ທາງຫຼັກມັກໃຫ້ການເຂົ້າເຖິງ, ການເຫັນຈາກທາງ, ການຂົນສົ່ງ ແລະ ໂອກາດໃນການນຳໃຊ້ທາງທຸລະກິດຫຼາຍກວ່າ.
ແຕ່ກໍບໍ່ໄດ້ແປວ່າ ທີ່ດິນຕິດທາງຫຼັກທຸກຕອນຈະມີDemand ສູງ ຖ້າລາຄາສູງເກີນກຳລັງຊື້ ຫຼື ເນື້ອທີ່ໃຫຍ່ຈົນລາຄາລວມສູງຫຼາຍ ຈຳນວນຜູ້ຊື້ຈິງກໍສາມາດຫຼຸດລົງໄດ້.
ທີ່ດິນຕິດທາງຮອງ, ຢູ່ໃນຊອຍ ຫຼື ໃກ້ຄອງນ້ຳ
ທີ່ດິນປະເພດນີ້ອາດຢູ່ໃນເຂດດຽວກັບທາງຫຼັກ ແຕ່ກຸ່ມ Demand ສາມາດຕ່າງອອກໄປຢ່າງຊັດເຈນຜູ້ຊື້ອາດເປັນ:
• ຄົນຊື້ເພື່ອສ້າງເຮືອນ
• ຜູ້ຊື້ທີ່ຕ້ອງການພື້ນທີ່ສ່ວນຕົວ
• ຜູ້ຊື້ເພື່ອກະສິກຳ
• ນັກລົງທຶນລາຍຍ່ອຍ
• ຜູ້ຊື້ເພື່ອເກັບທີ່ດິນໄວ້ໃນໄລຍະຍາວ
• ຫຼື ຜູ້ພັດທະນາໂຄງການຂະໜາດນ້ອຍ
Demand ຂອງທີ່ດິນກຸ່ມນີ້ຈຶ່ງອາດຂຶ້ນກັລາຄາ,ຄວາມກວ້າງຂອງທາງເຂົ້າ, ລະຍະຫ່າງຈາກທາງຫຼັກ, ສະພາບທີ່ດິນ ແລະ ສາມາດນຳໄປໃຊ້ຫຍັງໄດ້ ນີ້ແມ່ນເຫດຜົນວ່າ ເຖິງຈະຢູ່ເຂດດຽວກັນ ລາຄາຊື້-ຂາຍກໍສາມາດຕ່າງກັນໄດ້ຫຼາຍ.
ສິ່ງທີ່ຂໍ້ມູນຕະຫຼາດສະທ້ອນໃຫ້ເຫັນ
ຈາກຂໍ້ມູນຊື້-ຂາຍ ແລະ ກຸ່ມຜູ້ຊື້ທີ່ເຄີຍພົບໃນພື້ນທີ່ ເຫັນໄດ້ວ່າ ມີທັງຜູ້ຊື້ລາຍຍ່ອຍ ແລະ ກຸ່ມທຶນທີ່ສາມາດຊື້ທີ່ດິນຂະໜາດໃຫຍ່ ແລະ ຊຳລະເງິນໄດ້ໃນເວລາສັ້ນ.ແຕ່ເຖິງຈະມີກຳລັງຊື້ສູງ ຜູ້ຊື້ແຕ່ລະກຸ່ມກໍຍັງມີ ກອບລາຄາ, Location ແລະ ເງື່ອນໄຂຂອງທີ່ດິນທີ່ຕົນເອງຍອມຮັບໄດ້.
ຈຸດນີ້ສະທ້ອນໄດ້ດີວ່າ: Demand ບໍ່ແມ່ນຄວາມຮູ້ສຶກວ່າ “ເຂດນີ້ໜ້າຈະຂາຍດີ”
ແຕ່ຕ້ອງເບິ່ງວ່າ:
Location ແບບນີ້ → ມີຜູ້ຊື້ກຸ່ມໃດ? → ມີຈັກຄົນ? → ມີກຳລັງຊື້ເທົ່າໃດ? → ແລະ ພ້ອມຊື້ໃນລາຄາໃດ?
Location ປ່ຽນ → ກຸ່ມຜູ້ຊື້ປ່ຽນ → Demand ກໍປ່ຽນຕາມ.

5. ທາງຕັດໃໝ່ ສາມາດປ່ຽນ Demand ໄດ້ແນວໃດ?
ສິ່ງສຳຄັນຂອງທາງຕັດໃໝ່ ບໍ່ແມ່ນພຽງເຮັດໃຫ້ “ທຳເລເບິ່ງດີຂຶ້ນ” ແຕ່ມັນສາມາດປ່ຽນ 3 ຢ່າງ:
ການເຂົ້າເຖິງ → ການນຳໃຊ້ → ກຸ່ມຜູ້ຊື້

ທີ່ດິນທີ່ເຄີຍເໝາະກັບຜູ້ຊື້ພຽງບາງກຸ່ມ ຫຼັງຈາກມີທາງໃໝ່ ອາດສາມາດນຳໄປໃຊ້ສ້າງເຮືອນ, ທຸລະກິດ, ສາງ, ຫ້ອງການ ຫຼື ໂຄງການໄດ້ຫຼາຍຂຶ້ນ.

ເຂົ້າເຖິງດີຂຶ້ນ → ນຳໃຊ້ໄດ້ຫຼາຍຂຶ້ນ → ກຸ່ມຜູ້ຊື້ກວ້າງຂຶ້ນ → Demand ມີໂອກາດເພີ່ມ.
ແຕ່ກໍຕ້ອງລະວັງອີກດ້ານໜຶ່ງ: ຖ້າລາຄາຂຶ້ນໄວກວ່າກຳລັງຊື້ ຈຳນວນຜູ້ຊື້ຈິງກໍສາມາດຫຼຸດລົງ. ດັ່ງນັ້ນ ລາຄາຂຶ້ນ ບໍ່ໄດ້ແປວ່າ Demand ຂຶ້ນຕາມສະເໝີໄປ.

6. ລາຄາຕ່ຳກວ່າຕະຫຼາດ ບໍ່ໄດ້ແປວ່າ Demand ຂອງເຂດນັ້ນບໍ່ດີ
ອີກຈຸດໜຶ່ງທີ່ຄວນລະວັງຄື ເວລາເຫັນທີ່ດິນຕອນໜຶ່ງຂາຍໄດ້ຕ່ຳກວ່າຕອນອື່ນຫຼາຍຢ່າຟ້າວນຳລາຄານັ້ນມາສະຫຼຸບວ່າ:
“ນີ້ຄືລາຄາຕະຫຼາດຂອງເຂດນີ້” ແຕ່ຄວນຖາມກ່ອນວ່າ:
“ເປັນຫຍັງທີ່ດິນຕອນນີ້ຈຶ່ງຂາຍໄດ້ໃນລາຄານັ້ນ?”

7. ຄວາມສ່ຽງຂອງທີ່ດິນ ສາມາດກົດລາຄາໃຫ້ຕ່ຳລົງ
ຖ້າທີ່ດິນມີຂໍ້ຂັດແຍ່ງ, ບັນຫາເອກະສານ, ຂໍ້ຜູກພັນ ຫຼື ມີຄວາມສ່ຽງທີ່ຜູ້ຊື້ຕ້ອງຮັບຕໍ່ ຜູ້ຊື້ອາດຍອມຈ່າຍລາຄາຕ່ຳກວ່າທີ່ດິນທີ່ມີສະຖານະຊັດເຈນ.ລວມເຖິງຊັບທີ່ຢູ່ໃນຂະບວນການຂໍ້ຂັດແຍ່ງ, ຄຳຕັດສິນ ຫຼື ການບັງຄັບຕາມຂະບວນການທາງກົດໝາຍ. ລາຄາທີ່ຕ່ຳຈຶ່ງອາດເປັນ “ລາຄາທີ່ສະທ້ອນຄວາມສ່ຽງ” ບໍ່ແມ່ນລາຄາປົກກະຕິຂອງຕະຫຼາດ
ແລະ ບໍ່ສາມາດກຳນົດຕາຍຕົວໄດ້ວ່າ ຕ້ອງຕ່ຳກວ່າຕະຫຼາດຈັກເປີເຊັນ ເພາະແຕ່ລະກໍລະນີມີເງື່ອນໄຂບໍ່ຄືກັນ.

8. ບາງຄັ້ງທີ່ດິນບໍ່ມີບັນຫາ — ແຕ່ຜູ້ຂາຍມີຄວາມຈຳເປັນ
ລາຄາທີ່ຕ່ຳກວ່າຕະຫຼາດບາງຄັ້ງບໍ່ໄດ້ມາຈາກບັນຫາຂອງທີ່ດິນ ແຕ່ອາດມາຈາກເຈົ້າຂອງ:
ຕ້ອງການເງິນດ່ວນ
ມີພາລະໜີ້
ມີຂໍ້ຜູກພັນ
ມີກຳນົດເວລາ
ຫຼື ຕ້ອງການປິດການຂາຍໃຫ້ໄວ.
ຜູ້ຂາຍຈຶ່ງອາດຍອມຮັບລາຄາທີ່ຕ່ຳກວ່າ ແລກກັບຄວາມໄວ ຫຼື ຄວາມແນ່ນອນໃນການປິດການຂາຍ.

9. “ລາຄາຊື້-ຂາຍຈິງ” ກໍຕ້ອງອ່ານໃຫ້ເປັນ
ການຮູ້ລາຄາຊື້-ຂາຍຈິງສຳຄັນຫຼາຍ.
ແຕ່ຮູ້ພຽງຕົວເລກຍັງບໍ່ພໍ.
ກ່ອນນຳລາຄາຂອງທີ່ດິນຕອນໜຶ່ງໄປປຽບທຽບກັບອີກຕອນໜຶ່ງ ຕ້ອງເບິ່ງວ່າ:
Location ຄືກັນບໍ?
ຕິດທາງຫຼັກ ຫຼື ທາງຮອງ?
ຂະໜາດໃກ້ຄຽງກັນບໍ?
ປະເພດທີ່ດິນຄືກັນບໍ?
ທາງເຂົ້າຄືກັນບໍ?
ມີຂໍ້ຜູກພັນບໍ?
ຜູ້ຂາຍຮີບຂາຍບໍ?
ແລະ ເງື່ອນໄຂການຊຳລະເງິນຄືກັນຫຼືບໍ່?
ເພາະ ລາຄາຊື້-ຂາຍຈິງ 1 ຄັ້ງ ບໍ່ຈຳເປັນຕ້ອງເປັນ “ລາຄາຕະຫຼາດ” ຂອງທີ່ດິນທຸກຕອນໃນເຂດນັ້ນ.

🔶️🔶️🔶️ສະຫຼຸບ
Demand ຂອງທີ່ດິນ ບໍ່ແມ່ນເລື່ອງຂອງຄວາມຮູ້ສຶກ.
ກ່ອນຈະບອກວ່າທີ່ດິນຕອນໜຶ່ງມີ Demand ດີຫຼືບໍ່ ຄວນເບິ່ງ:
Location — ຢູ່ຈຸດໃດ ແລະ ເຂົ້າເຖິງແນວໃດ?
ກຸ່ມຜູ້ຊື້ — ໃຜຄືຄົນທີ່ຈະຊື້ທີ່ດິນປະເພດນີ້?
ປະລິມານຜູ້ຊື້ — ມີຜູ້ຊື້ຈິງຫຼາຍປານໃດ?
ກຳລັງຊື້ — ຜູ້ຊື້ກຸ່ມນັ້ນຮັບລາຄາໄດ້ເທົ່າໃດ?
Supply — ມີທີ່ດິນອື່ນໃຫ້ເລືອກຫຼາຍປານໃດ?
ການນຳໃຊ້ — ທີ່ດິນຕອນນັ້ນສາມາດຕອບໂຈດຜູ້ຊື້ໄດ້ແນວໃດ?
ເງື່ອນໄຂຂອງຊັບ ແລະ ການຂາຍ — ມີຄວາມສ່ຽງ, ຂໍ້ຜູກພັນ ຫຼື ເງື່ອນໄຂພິເສດຫຍັງບໍ?

ສຸດທ້າຍ ສາມາດສະຫຼຸບໄດ້ສັ້ນໆວ່າ:
“Location ປ່ຽນ ກຸ່ມຜູ້ຊື້ປ່ຽນ ດັ່ງນັ້ນ Demand ກໍປ່ຽນຕາມ.”
ແລະເວລາເບິ່ງລາຄາຕະຫຼາດ:
ຢ່າເບິ່ງພຽງແຕ່ວ່າ “ຂາຍໄດ້ເທົ່າໃດ?”
ແຕ່ຕ້ອງຮູ້ຕໍ່ວ່າ “ເປັນຫຍັງຈຶ່ງຂາຍໄດ້ໃນລາຄານັ້ນ?”
ເພາະທີ່ດິນຢູ່ເຂດດຽວກັນ ກໍບໍ່ໄດ້ໝາຍຄວາມວ່າ ຈະມີຜູ້ຊື້ກຸ່ມດຽວກັນ, Demand ເທົ່າກັນ ຫຼື ມີລາຄາເທົ່າກັນ.


ີ່ດິນ #ວິເຄາະທຳເລ #ຕະຫຼາດທີ່ດິນ #ລາຄາທີ່ດິນ #ລົງທຶນທີ່ດິນ #ທີ່ດິນວຽງຈັນ #ຄວາມຮູ້ກ່ອນຊື້ທີ່ດິນ

🔔ອັບເດດ❌️ຂາຍແລ້ວ❌️( Sold out )
17/09/2026

🔔ອັບເດດ
❌️ຂາຍແລ້ວ❌️( Sold out )

ດິນ 6,461 ຕາແມັດ + ໂຄງສ້າງເຮືອນຫຼູ🏛️ ບໍ່ແມ່ນພຽງຊື້ເຮືອນ — ແຕ່ແມ່ນການຊື້ພື້ນທີ່ສຳລັບສ້າງ Private Estate ຂອງຕົນເອງດິນເນື້ອ...
17/09/2026

ດິນ 6,461 ຕາແມັດ + ໂຄງສ້າງເຮືອນຫຼູ

🏛️ ບໍ່ແມ່ນພຽງຊື້ເຮືອນ — ແຕ່ແມ່ນການຊື້ພື້ນທີ່ສຳລັບສ້າງ Private Estate ຂອງຕົນເອງ
ດິນເນື້ອທີ່ 6,461 ຕາແມັດ
ພາຍໃນດິນມີໂຄງສ້າງເຮືອນຫຼູຂະໜາດໃຫຍ່ທີ່ກຳລັງກໍ່ສ້າງ ພ້ອມແບບອອກແບບສຳລັບສືບຕໍ່ໂຄງການ.

🏡 ຕາມແຜນບ້ານ:
✅️5 ຫ້ອງນອນ | 6 ຫ້ອງນ້ຳ | 2 ຫ້ອງຮັບແຂກ | 1 ຫ້ອງຄົວ
✅️ຂະໜາດຕົວເຮືອນປະມານ 21.5 × 19 ແມັດ
✅️ແລະ ດິນມີໜ້າຕິດທາງຍາວປະມານ 110 ແມັດ.
✅️ດ້ານຫລັງກວ້າງ92ແມັດ

🔶️🔶️🔶️ຈຸດພິເສດຄື
ດິນຍັງມີພື້ນທີ່ອີກຫຼາຍຮອບຕົວເຮືອນ ສາມາດຈັດເປັນສວນ, ລານຈອດລົດ, ພື້ນທີ່ພັກຜ່ອນ ຫຼື ສືບຕໍ່ພັດທະນາຕາມແບບເດີມໄດ້.

✅️ເໝາະສຳລັບ ຄອບຄົວຖານະດີ, ເຈົ້າຂອງກິດຈະການ ຫຼື ຜູ້ທີ່ຢາກມີ Private Estate ຂະໜາດໃຫຍ່.

💲ລາຄາສະເໜີ 800,000 USD
📩 ສຳລັບລູກຄ້າທີ່ສົນໃຈຈິງ ສາມາດຂໍເບິ່ງ ແບບເຮືອນ, ລາຍລະອຽດການກໍ່ສ້າງ, ເອກະສານດິນ ແລະ ນັດເບິ່ງຊັບຕົວຈິງ ໄດ້.
☎️+856 20 2893 2454
☎️+856 20 2365 9194
wa.me/8562028932454

📍📍ບ້ານຫນອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ
#ຂາຍເຮືອນວຽງຈັນ #ບ້ານພ້ອມດິນ #ດິນໜອງພະຍາ #ເຮືອນຫຼູ #ເຮືອນຄອບຄົວ #ບ້ານສຳລັບນັກທຸລະກິດ

ຂາຍຍົກທັງໝົດ ຫຼື ເລືອກຊື້ແຍກ🏡 ຊັບໃຫຍ່ໂຊນໜອງພະຍາ — ເນື້ອທີ່ລວມ 15,600 ຕາແມັດເໝາະສຳລັບນັກລົງທຶນ, ເຈົ້າຂອງທຸລະກິດ ຫຼື ຄອບຄົ...
16/09/2026

ຂາຍຍົກທັງໝົດ ຫຼື ເລືອກຊື້ແຍກ

🏡 ຊັບໃຫຍ່ໂຊນໜອງພະຍາ — ເນື້ອທີ່ລວມ 15,600 ຕາແມັດ
ເໝາະສຳລັບນັກລົງທຶນ, ເຈົ້າຂອງທຸລະກິດ ຫຼື ຄອບຄົວທີ່ກຳລັງຊອກຫາຊັບຂະໜາດໃຫຍ່ໃນນະຄອນຫຼວງ.
ຊັບແບ່ງເປັນ 2 ສ່ວນ:

🔹 ສ່ວນທີ 1: ດິນເປົ່າ 9,139 ຕາແມັດ
ຕິດທາງປະມານ 32 ແມັດ ແລະ ທາງກວ້າງປະມານ 10 ແມັດ ລົດບັນທຸກສາມາດສວນກັນໄດ້.
💲ລາຄາສະເໜີ 820,000 USD

🔹 ສ່ວນທີ 2: ດິນພ້ອມເຮືອນຫຼູ 6,461 ຕາແມັດ
ໜ້າດິນຕິດທາງປະມານ 110 ແມັດ ພ້ອມໂຄງສ້າງເຮືອນຂະໜາດໃຫຍ່ທີ່ກໍ່ສ້າງໄປແລ້ວບາງສ່ວນ ມີແບບກໍ່ສ້າງພ້ອມສຳລັບສືບຕໍ່ໂຄງການ.
ຕາມແຜນບ້ານ:
✅️ 5 ຫ້ອງນອນ | 6 ຫ້ອງນ້ຳ | 2 ຫ້ອງຮັບແຂກ | 1 ຫ້ອງຄົວ
ຂະໜາດຕົວເຮືອນປະມານ 21.5 × 19 ແມັດ
💲ລາຄາສະເໜີ 800,000 USD

ຈາກດິນອອກຫາທາງຫຼັກປະມານ 772 ແມັດ, ເຂດທາງເຂົ້າມີຕະຫຼາດຊຸມຊົນ ແລະ ມີປ້ຳນ້ຳມັນ PLUS ເປີດໃໝ່ຢູ່ໃກ້ກັບຊັບ
ສາມາດເລືອກຊື້ ຍົກທັງໝົດ 15,600 ຕາແມັດ ຫຼື ເລືອກຊື້ແຍກຕາມຈຸດປະສົງ.

💲💲ລາຄາລວມທັງຫມົດ1,620,000$
📩 ສົນໃຈລາຍລະອຽດ, ແບບເຮືອນ, ເອກະສານ ຫຼື ນັດເບິ່ງຊັບຕົວຈິງ ສາມາດສອບຖາມທາງຂໍ້ຄວາມ.
☎️+856 20 2893 2454
☎️+856 20 2365 9194
wa.me/8562028932454

📍ບ້ານຫນອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ

#ຂາຍດິນວຽງຈັນ #ດິນໜອງພະຍາ #ດິນຕອນໃຫຍ່ #ດິນລົງທຶນ #ອະສັງຫາລິມະຊັບລາວ #ລົງທຶນອະສັງຫາ #ຊື້ຂາຍທີ່ດິນ #ບ້ານພ້ອມດິນ #ອັນດາພາລີວິວ

🏡 ຄວນຕັ້ງລາຄາເພື່ອຕໍ່ລອງໄວ້ເທົ່າໃດ❓️ ບວກຫຼາຍ ຈະຂາຍໄດ້ລາຄາສູງຂຶ້ນແທ້ບໍ❓️ເວລາເຈົ້າຂອງຕ້ອງການຂາຍເຮືອນ ຫຼື ທີ່ດິນ ສິ່ງໜຶ່ງທີ...
15/09/2026

🏡 ຄວນຕັ້ງລາຄາເພື່ອຕໍ່ລອງໄວ້ເທົ່າໃດ❓️
ບວກຫຼາຍ ຈະຂາຍໄດ້ລາຄາສູງຂຶ້ນແທ້ບໍ❓️

ເວລາເຈົ້າຂອງຕ້ອງການຂາຍເຮືອນ ຫຼື ທີ່ດິນ ສິ່ງໜຶ່ງທີ່ມັກເກີດຂຶ້ນຄື:
“ຖ້າຢາກຂາຍ 200,000 USD ກໍປະກາດ 220,000 USD ໄວ້ກ່ອນ ເວລາລູກຄ້າຕໍ່ລາຄາ ກໍຄ່ອຍຫຼຸດລົງມາ.”

ແນວຄິດນີ້ບໍ່ໄດ້ຜິດ.

ເພາະໃນການຊື້ຂາຍອະສັງຫາ ລາຄາປະກາດ ແລະ ລາຄາທີ່ຕົກລົງຊື້ຂາຍຈິງ ສາມາດເປັນຄົນລະຕົວເລກໄດ້.

ແຕ່ຄຳຖາມສຳຄັນຄື:

ຖ້າບວກລາຄາເຜື່ອຕໍ່ລອງຫຼາຍຂຶ້ນເລື້ອຍໆ ຈະເຮັດໃຫ້ເຮົາຂາຍໄດ້ລາຄາສູງຂຶ້ນແທ້ບໍ? ຄຳຕອບຄື ບໍ່ສະເໝີໄປ.

───

🔹 1. ກ່ອນຈະຕັ້ງລາຄາ ຕ້ອງແຍກ 3 ລາຄານີ້ໃຫ້ອອກ
ໃນການຂາຍອະສັງຫາ ມີຕົວເລກ 3 ຢ່າງທີ່ບໍ່ຄວນເອົາມາປົນກັນ.
1. ລາຄາທີ່ເຈົ້າຂອງຢາກໄດ້
ແມ່ນລາຄາທີ່ເຈົ້າຂອງພໍໃຈຈະຂາຍ ຫຼື ເປັນເງິນຈຳນວນທີ່ຕ້ອງການໄດ້ຮັບ.
2. ລາຄາປະກາດ
ແມ່ນຕົວເລກທີ່ຜູ້ຊື້ເຫັນຢູ່ໃນ Facebook, TikTok, ປ້າຍຂາຍ ຫຼື ຊ່ອງທາງການຕະຫຼາດອື່ນໆ.
3. ລາຄາທີ່ຊື້ຂາຍໄດ້ຈິງ
ນີ້ແມ່ນລາຄາທີ່ຜູ້ຊື້ ແລະ ຜູ້ຂາຍຕົກລົງກັນໄດ້ສຸດທ້າຍສາມລາຄານີ້ອາດຈະໃກ້ກັນ ຫຼື ຫ່າງກັນຫຼາຍກໍໄດ້ , ດັ່ງນັ້ນ ເຮົາບໍ່ຄວນເຫັນທີ່ດິນຕອນຂ້າງໆປະກາດ 300 USD/ຕາແມັດ ແລ້ວສະຫຼຸບທັນທີວ່າທີ່ດິນໃນບໍລິເວນນັ້ນ “ຂາຍໄດ້” 300 USD/ຕາແມັດ ເພາະຄຳວ່າ “ປະກາດຂາຍ” ບໍ່ເທົ່າກັບ “ຂາຍໄດ້ແລ້ວ”.

───

🔹 2. ເປັນຫຍັງຄົນຈຶ່ງມັກບວກລາຄາໄວ້ກ່ອນ?
ເຫດຜົນໜຶ່ງຄື ຜູ້ຂາຍຮູ້ວ່າຜູ້ຊື້ອາດຈະຕໍ່ລາຄາ
ຖ້າຢາກໄດ້ 200,000 USD ແລ້ວປະກາດ 200,000 USD ພໍດີ ເມື່ອຜູ້ຊື້ຂໍຫຼຸດ ເຈົ້າຂອງກໍອາດຮູ້ສຶກວ່າລາຄາຕ່ຳກວ່າເປົ້າໝາຍ.
ຈຶ່ງເກີດການບວກລາຄາໄວ້ກ່ອນ ໃນຫຼັກການ ນີ້ສາມາດເປັນກົນລະຍຸດການເຈລະຈາໄດ້ ແຕ່ບັນຫາຈະເລີ່ມຂຶ້ນ ເມື່ອ “ລາຄາເພື່ອຕໍ່” ສູງຈົນຫ່າງຈາກລະດັບທີ່ຕະຫຼາດຮັບໄດ້.

───

🔹 3. ລາຄາທຳອິດທີ່ຜູ້ຊື້ເຫັນ ມີຜົນຕໍ່ຄວາມຄິດ
ໃນພຶດຕິກຳສາດ ມີແນວຄິດທີ່ເອີ້ນວ່າ Anchoring Effect.
ເວົ້າແບບງ່າຍໆຄື:

ຕົວເລກທຳອິດທີ່ເຮົາເຫັນ ສາມາດກາຍເປັນຈຸດອ້າງອີງໃນຄວາມຄິດ.
ຖ້າທີ່ດິນຕອນໜຶ່ງປະກາດ 220,000 USD ຕົວເລກ 220,000 USD ອາດກາຍເປັນຈຸດເລີ່ມທີ່ຜູ້ຊື້ນຳໄປຄິດ ແລະ ຕໍ່ລອງ
ນີ້ເປັນເຫດຜົນໜຶ່ງວ່າ ເປັນຫຍັງລາຄາປະກາດຈຶ່ງສຳຄັນ.

ແຕ່ Anchoring Effect ບໍ່ໄດ້ໝາຍຄວາມວ່າ: ຍິ່ງຕັ້ງສູງ ຍິ່ງຂາຍໄດ້ສູງ ເພາະຜູ້ຊື້ບໍ່ໄດ້ເຫັນຊັບຂອງເຮົາພຽງຢ່າງດຽວ.

───

🔹 4. ຜູ້ຊື້ຍຸກນີ້ມີ “ຕົວປຽບທຽບ”
ສົມມຸດຜູ້ຊື້ກຳລັງຫາທີ່ດິນຢູ່ເຂດດຽວກັນ.
ເຂົາອາດເຫັນ:
ຕອນA — 190,000 USD
ຕອນ B — 205,000 USD
ຕອນ C — 210,000 USD
ດິນຂອງເຮົາ — 250,000 USD
ຖ້າຂະໜາດ, ທຳເລ, ທາງເຂົ້າ, ເອກະສານ ແລະ ສັກກະຍະພາບບໍ່ໄດ້ແຕກຕ່າງຈາກສາມຕອນທຳອິດຫຼາຍ ລາຄາ 250,000 USD ຈະຕ້ອງມີເຫດຜົນຮອງຮັບ.

ບໍ່ດັ່ງນັ້ນ ຜູ້ຊື້ອາດບໍ່ເຂົ້າມາຕໍ່ລອງເລີຍ ລາວອາດຈະຂ້າມໄປເບິ່ງຕອນ A, B ຫຼື C ກ່ອນ , ນີ້ແມ່ນຈຸດທີ່ສຳຄັນຫຼາຍ:
ການຕໍ່ລອງຈະເກີດຂຶ້ນໄດ້ ກໍຕໍ່ເມື່ອຜູ້ຊື້ຍັງສົນໃຈຊັບຂອງເຮົາ.

───

🔹 5. ຂໍ້ມູນຈາກຕະຫຼາດຈິງບອກຫຍັງເຮົາ?
ມີການສຶກສາຕະຫຼາດທີ່ຢູ່ອາໄສໃນນະຄອນຈາກາຕາ ປະເທດອິນໂດເນເຊຍ ໂດຍນຳລາຄາປະກາດມາປຽບທຽບກັບລາຄາທຸລະກຳຈິງຂອງອະສັງຫາ 331 ລາຍການ ຜົນການສຶກສາພົບວ່າ ໂດຍສະເລ່ຍ ລາຄາປະກາດສູງກວ່າລາຄາທຸລະກຳຈິງປະມານ 6%
ຂະນະທີ່ຄ່າປັບທີ່ຜູ້ປະເມີນລາຄາໃນແບບສອບຖາມໃຊ້ ສະເລ່ຍຢູ່ປະມານ 14% , ຂໍ້ມູນນີ້ມີປະໂຫຍດ ແຕ່ຕ້ອງໃຊ້ໃຫ້ຖືກ ມັນ ບໍ່ໄດ້ບອກວ່າ ຄົນລາວຄວນບວກລາຄາ 6% ເພາະເປັນການສຶກສາຂອງຕະຫຼາດຈາກາຕາ ແລະ ແຕ່ລະຕະຫຼາດມີພຶດຕິກຳການຊື້ຂາຍຕ່າງກັນ ສິ່ງທີ່ເຮົາຄວນຮຽນຮູ້ຈາກມັນຄື:

Asking Price ≠ Transaction Price
ຫຼື
ລາຄາປະກາດ ≠ ລາຄາທີ່ຂາຍໄດ້ຈິງ

───

🔹 6. ຖ້າບວກລາຄາສູງເກີນໄປ ອາດເກີດຫຍັງ?
ບັນຫາບໍ່ແມ່ນພຽງ “ຂາຍບໍ່ໄດ້”.
ມັນອາດກະທົບຕັ້ງແຕ່ຕົ້ນທາງ
ຜູ້ຊື້ບາງຄົນອາດບໍ່ກົດເບິ່ງ.
ບາງຄົນອາດບໍ່ຖາມລາຍລະອຽດ.
ບາງຄົນອາດບໍ່ນັດເບິ່ງຊັບ.
ແລະ ບາງຄົນອາດສົນໃຈຫຼາຍ ແຕ່ເມື່ອເຫັນລາຄາແລ້ວຄິດວ່າ:
“ ຫ່າງຈາກງົບເຮົາຫຼາຍເກີນໄປ ຄົງຕໍ່ບໍ່ໄດ້ ” ຈຶ່ງບໍ່ເລີ່ມເຈລະຈາ.

───

🔹 7. ແຕ່ຕັ້ງລາຄາຕ່ຳເກີນໄປ ກໍບໍ່ແມ່ນຄຳຕອບ
ອີກດ້ານໜຶ່ງ ການຢ້ານວ່າລາຄາຈະສູງ ແລ້ວຕັ້ງຕ່ຳເກີນໄປ ກໍບໍ່ຈຳເປັນຕ້ອງເປັນກົນລະຍຸດທີ່ດີສະເໝີໄປ ຖ້າຊັບມີຄຸນຄ່າສູງ ທຳເລດີ, ໜ້າດິນດີ, ທາງເຂົ້າດີ, ເອກະສານຊັດເຈນ ຫຼື ມີສັກກະຍະພາບພັດທະນາທີ່ດີ ສິ່ງເຫຼົ່ານີ້ຄວນຖືກນຳມາພິຈາລະນາໃນລາຄາ.

ດັ່ງນັ້ນ ເປົ້າໝາຍບໍ່ແມ່ນ:
“ຕັ້ງໃຫ້ຖືກທີ່ສຸດ”
ຫຼື
“ຕັ້ງໃຫ້ແພງທີ່ສຸດ”

ແຕ່ແມ່ນ:
“ຕັ້ງໃຫ້ສອດຄ່ອງກັບມູນຄ່າ ແລະ ສະພາບຕະຫຼາດ.”

───

🔹 8. ແລ້ວຈະຮູ້ໄດ້ແນວໃດວ່າ ຄວນເຜື່ອຕໍ່ລອງເທົ່າໃດ?
ບໍ່ມີຕົວເລກດຽວທີ່ໃຊ້ໄດ້ກັບທຸກຊັບ.
ກ່ອນກຳນົດລາຄາ ຄວນເບິ່ງຢ່າງໜ້ອຍ:
• ລາຄາຂອງຊັບໃກ້ຄຽງ
• ຖ້າມີຂໍ້ມູນ ຄວນເບິ່ງລາຄາທີ່ຊື້ຂາຍສຳເລັດ ບໍ່ແມ່ນເບິ່ງແຕ່ລາຄາປະກາດ
• ຂະໜາດ ແລະ ຮູບຊົງຂອງດິນ
• ໜ້າດິນ
• ທາງເຂົ້າ–ອອກ
• ເອກະສານ
• ສິ່ງແວດລ້ອມ
• ສັກກະຍະພາບໃນການນຳໄປໃຊ້
• Demand ຂອງຜູ້ຊື້ໃນເຂດນັ້ນ
• ແລະ ຄວາມຮີບຮ້ອນຂອງເຈົ້າຂອງໃນການຂາຍ
ເມື່ອຮູ້ປັດໃຈເຫຼົ່ານີ້ ຈຶ່ງຄ່ອຍກັບມາຖາມວ່າ:
“ຈາກລາຄາທີ່ຕະຫຼາດມີໂອກາດຮັບໄດ້ ເຮົາຄວນເຫຼືອພື້ນທີ່ໃຫ້ຕໍ່ລອງອີກເທົ່າໃດ?”
ຄຳຖາມນີ້ອາດມີປະໂຫຍດກວ່າການຖາມວ່າ:
“ຄວນບວກ 5%, 10% ຫຼື 20%?”

───

🔹 9. ຕົວຢ່າງໃຫ້ເຫັນພາບ
ສົມມຸດວ່າ ຫຼັງຈາກປຽບທຽບຫຼາຍປັດໃຈແລ້ວ ພົບວ່າຊັບໜຶ່ງມີໂອກາດຊື້ຂາຍປະມານ 200,000 USD.
ຖ້າປະກາດ 210,000–215,000 USD ລາຄາອາດຍັງຢູ່ໃນລະດັບທີ່ຜູ້ຊື້ບາງກຸ່ມພ້ອມເຂົ້າມາລົມ ແຕ່ຖ້າປະກາດ 250,000 USD ພຽງເພາະຄິດວ່າ “ລູກຄ້າຕໍ່ແນ່ນອນ” ສ່ວນຕ່າງ 50,000 USD ນັ້ນຕ້ອງມີເຫດຜົນຮອງຮັບ, ຖ້າບໍ່ມີ ລາຄາທີ່ເຮົາເພື່ອໄວ້ສຳລັບ “ການຕໍ່ລອງ” ອາດກາຍເປັນລາຄາທີ່ ກັ້ນຜູ້ຊື້ອອກໄປກ່ອນຈະໄດ້ຕໍ່ລອງ.

───

📌 ສະຫຼຸບ
ການບວກລາຄາເພື່ອເຜື່ອຕໍ່ລອງ ບໍ່ແມ່ນເລື່ອງຜິດ.
ລາຄາຕັ້ງຕົ້ນສາມາດມີຜົນຕໍ່ການຮັບຮູ້ ແລະ ການເຈລະຈາຂອງຜູ້ຊື້.

ແຕ່ບໍ່ຄວນສະຫຼຸບວ່າ:
ຍິ່ງບວກຫຼາຍ = ຍິ່ງຂາຍໄດ້ລາຄາສູງ
ເພາະລາຄາປະກາດມີ 2 ໜ້າທີ່ພ້ອມກັນ:

ໜຶ່ງ — ເປັນຈຸດເລີ່ມຂອງການຕໍ່ລອງ

ແລະ

ສອງ — ເປັນຕົວເລກທີ່ຜູ້ຊື້ໃຊ້ຕັດສິນໃຈວ່າ ຈະສົນໃຈຊັບນີ້ຕໍ່ຫຼືບໍ່.

ຖ້າຕັ້ງຕ່ຳເກີນໄປ ເຮົາອາດເສຍໂອກາດດ້ານລາຄາ ແຕ່ຖ້າຕັ້ງສູງເກີນໄປ ເຮົາອາດເສຍໂອກາດ ກ່ອນຈະໄດ້ເລີ່ມເຈລະຈາ.
ສຸດທ້າຍ ກ່ອນຈະຖາມວ່າ:
“ຄວນເຜື່ອຕໍ່ລອງຈັກເປີເຊັນ?”
ລອງຖາມອີກຄຳຖາມໜຶ່ງກ່ອນ:
👉 “ລາຄາທີ່ຕະຫຼາດມີໂອກາດຍອມຮັບສຳລັບຊັບຂອງເຮົາ ຢູ່ຈຸດໃດ?”
ເມື່ອຮູ້ຈຸດນີ້ແລ້ວ ການກຳນົດລາຄາເຜື່ອຕໍ່ລອງ ຈຶ່ງຈະມີເຫດຜົນຫຼາຍຂຶ້ນ.

#ຕັ້ງລາຄາຂາຍ #ລາຄາອະສັງຫາ #ຕໍ່ລອງລາຄາ #ຂາຍທີ່ດິນ #ຂາຍເຮືອນ #ຄວາມຮູ້ອະສັງຫາ #ເຈົ້າຂອງຊັບ #ລາຄາຕະຫຼາດ #ຊື້ຂາຍອະສັງຫາ #ອະສັງຫາລາວ #ອະສັງຫາວຽງຈັນ #ອັນດາພາຮູ້

🏢 ກຳລັງຊອກຫາທີ່ດິນ ເພື່ອຂະຫຍາຍທຸລະກິດຢູ່ບໍ?✅️ດິນເນື້ອທີ່ 3,022 ຕາແມັດ⚡️⚡️ຈຸດເດັ່ນແມ່ນ ຕິດທາງຄອນກຣີດ 2 ດ້ານ✅️ດ້ານໜຶ່ງຕິດທ...
14/09/2026

🏢 ກຳລັງຊອກຫາທີ່ດິນ ເພື່ອຂະຫຍາຍທຸລະກິດຢູ່ບໍ?
✅️ດິນເນື້ອທີ່ 3,022 ຕາແມັດ
⚡️⚡️ຈຸດເດັ່ນແມ່ນ ຕິດທາງຄອນກຣີດ 2 ດ້ານ
✅️ດ້ານໜຶ່ງຕິດທາງຫຼັກ ກວ້າງປະມານ 7–8 ແມັດ
✅️ໜ້າດິນຕິດທາງປະມານ 27 ແມັດ
✅️ອີກດ້ານຕິດທາງຄອນກຣີດຍາວປະມານ 73 ແມັດ
✅️ດ້ານຫຼັງກ້ວາງ53ແມັດ
👍ເໝາະສຳລັບພັດທະນາເປັນ
ຫ້ອງການ + Showroom + ບ່ອນຈອດລົດ + ພື້ນທີ່ເກັບສິນຄ້າ
ສາມາດຈັດທາງເຂົ້າ–ອອກແຍກກັນໄດ້ ຊ່ວຍໃຫ້ຈັດພື້ນທີ່ທຸລະກິດໄດ້ງ່າຍຂຶ້ນ.

👍ທາງເຂົ້າດິນຢູ່ກົງກັນຂ້າມກັບຕະຫຼາດສົມຫວັງ
💰 ລາຄາສະເໜີ 190 USD/ຕາແມັດ
ສົນໃຈສາມາດນັດເບິ່ງທີ່ດິນຕົວຈິງ ແລະ ສອບຖາມລາຍລະອຽດເພີ່ມເຕີມໄດ້

☎️+856 20 2893 2454
☎️+856 20 2365 9194
wa.me/8562028932454

📍📍ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
#ອັນດາພາລີວິວ
#ດິນເຮັດທຸລະກິດ
#ບ້ານຫາດຊາຍຂາວ

ທີ່ດິນມໍລະດົກທີ່ມີເຈົ້າຂອງຫຼາຍຄົນ ເປັນຫຍັງຈຶ່ງຂາຍຍາກຂຶ້ນ?ທີ່ດິນບາງຕອນມີທຳເລດີ, ລາຄາກໍເໝາະສົມ, ມີຄົນສົນໃຈ ແລະ ມີຜູ້ຊື້ເຂົ...
13/09/2026

ທີ່ດິນມໍລະດົກທີ່ມີເຈົ້າຂອງຫຼາຍຄົນ ເປັນຫຍັງຈຶ່ງຂາຍຍາກຂຶ້ນ?

ທີ່ດິນບາງຕອນມີທຳເລດີ, ລາຄາກໍເໝາະສົມ, ມີຄົນສົນໃຈ ແລະ ມີຜູ້ຊື້ເຂົ້າມາເບິ່ງຈິງ.

ແຕ່ຜ່ານໄປຫຼາຍເດືອນ ຫຼື ບາງຄັ້ງຫຼາຍປີ ກໍຍັງຂາຍບໍ່ສຳເລັດ.

ບັນຫາອາດບໍ່ໄດ້ຢູ່ທີ່ “ທີ່ດິນ”.

ແຕ່ຢູ່ທີ່ “ຄວາມພ້ອມຂອງເຈົ້າຂອງ.”

ໂດຍສະເພາະ ຖ້າເປັນ ທີ່ດິນມໍລະດົກທີ່ມີຜູ້ມີສິດຫຼາຍຄົນ.

ກ່ອນຈະຂາຍ ຈຶ່ງບໍ່ຄວນເບິ່ງພຽງວ່າ ດິນຢູ່ໃສ? ລາຄາເທົ່າໃດ? ຫຼື ຈະຫາລູກຄ້າແນວໃດ?

ແຕ່ຕ້ອງຕອບໃຫ້ໄດ້ກ່ອນວ່າ:

ໃຜແດ່ແມ່ນຜູ້ມີສິດ?
ສິດຂອງແຕ່ລະຄົນຊັດເຈນແລ້ວບໍ?
ແລະ ທຸກຄົນພ້ອມຂາຍໃນເງື່ອນໄຂດຽວກັນແລ້ວຫຼືຍັງ?

---

1. ຄຳວ່າ “ດິນຂອງຄອບຄົວ” ກັບ “ໃຜເປັນຜູ້ມີສິດ” ແມ່ນຄົນລະເລື່ອງ

ບັນຫາທຳອິດຂອງທີ່ດິນມໍລະດົກ ຄື ບາງຄອບຄົວອາດໃຊ້ທີ່ດິນຮ່ວມກັນມາເປັນເວລາດົນ ຈົນທຸກຄົນເຂົ້າໃຈວ່າ:

“ດິນຕອນນີ້ແມ່ນຂອງລູກໆທຸກຄົນ.”

ແຕ່ເມື່ອຈະຂາຍໃຫ້ບຸກຄົນພາຍນອກ ຄວາມເຂົ້າໃຈພາຍໃນຄອບຄົວຢ່າງດຽວອາດບໍ່ພຽງພໍ.

ຕ້ອງກວດຕໍ່ວ່າ:

ໃຜແມ່ນຜູ້ມີສິດຮັບມໍລະດົກ?

ມີພິໄນກຳ ຫຼື ບໍ່?

ມີຜູ້ມີສິດຈັກຄົນ?

ການຮັບ ແລະ ຈັດການມໍລະດົກດຳເນີນຮອດຂັ້ນໃດ?

ແລະ ສະຖານະຂອງທີ່ດິນໃນເອກະສານປັດຈຸບັນກົງກັບສະພາບສິດຕົວຈິງຫຼືບໍ່?

ນີ້ແມ່ນດ່ານທຳອິດທີ່ຄວນຈັດການກ່ອນປະກາດຂາຍ.

---

2. ຖ້າມີຜູ້ມີສິດຫຼາຍຄົນ ການຂາຍບໍ່ແມ່ນການຕັດສິນໃຈຂອງຄົນດຽວ

ສົມມຸດວ່າ ພໍ່ແມ່ມີທີ່ດິນໜຶ່ງຕອນ ແລ້ວຕໍ່ມາທີ່ດິນກາຍເປັນມໍລະດົກທີ່ມີລູກຫຼາຍຄົນມີສິດ.

ລູກຄົນໜຶ່ງອາດເປັນຄົນເບິ່ງແຍງທີ່ດິນມາຕະຫຼອດ.

ເປັນຄົນຈ່າຍຄ່າຕ່າງໆ, ຕິດຕໍ່ພາກສ່ວນ, ຮັບໂທລະສັບຈາກຜູ້ຊື້ ແລະ ພາລູກຄ້າໄປເບິ່ງດິນ.

ແຕ່ການເປັນຜູ້ເບິ່ງແຍງ ຫຼື ຜູ້ປະສານງານ ບໍ່ໄດ້ໝາຍຄວາມວ່າ ຄົນນັ້ນສາມາດຕັດສິນໃຈແທນຜູ້ມີສິດຄົນອື່ນໄດ້ທຸກເລື່ອງ.

ຖ້າທີ່ດິນຍັງກ່ຽວຂ້ອງກັບສິດຂອງຫຼາຍຄົນ ການຂາຍກໍຕ້ອງຈັດການໃຫ້ຄົບຕາມສິດຂອງແຕ່ລະຄົນ.

---

3. ບັນຫາບໍ່ແມ່ນພຽງ “ຂາຍ ຫຼື ບໍ່ຂາຍ” ແຕ່ລວມເຖິງ “ຂາຍເທົ່າໃດ?”

ບາງຄອບຄົວບອກວ່າ:

“ທຸກຄົນຕົກລົງຂາຍແລ້ວ.”

ແຕ່ພໍມີຜູ້ຊື້ຈິງເຂົ້າມາ ບັນຫາໃໝ່ກັບເກີດຂຶ້ນ.

ຄົນໜຶ່ງຍອມຮັບລາຄານີ້.

ອີກຄົນຄິດວ່າຄວນໄດ້ສູງກວ່ານີ້.

ອີກຄົນບອກວ່າ ຖ້າລາຄາບໍ່ເຖິງຕົວເລກທີ່ຕົນຕ້ອງການ ກໍຍັງບໍ່ຂາຍ.

ດັ່ງນັ້ນ ຄຳວ່າ “ພ້ອມຂາຍ” ຄວນໝາຍເຖິງຫຼາຍກວ່າການເຫັນດີວ່າຈະຂາຍ.

ຄວນຕົກລົງໃຫ້ຊັດເຖິງ:

ລາຄາປະກາດ, ລາຄາຕ່ຳສຸດທີ່ຮັບໄດ້, ເງື່ອນໄຂການຮັບເງິນ ແລະ ໃຜມີໜ້າທີ່ເຈລະຈາກັບຜູ້ຊື້.

ຖ້າບໍ່ຕົກລົງກັນກ່ອນ ຜູ້ຊື້ອາດຕໍ່ລອງລາຄາເຂົ້າມາແລ້ວ ແຕ່ເຈົ້າຂອງກັບໄປປຶກສາກັນໃໝ່.

ການຂາຍຈຶ່ງຊ້າ ແລະ ຜູ້ຊື້ອາດປ່ຽນໃຈໄປຊື້ຕອນອື່ນ.

---

4. ຍິ່ງຜ່ານຫຼາຍລຸ້ນ ຜູ້ກ່ຽວຂ້ອງອາດຍິ່ງເພີ່ມ

ຈຸດນີ້ແມ່ນບັນຫາທີ່ຄວນລະວັງໃນທີ່ດິນມໍລະດົກທີ່ປ່ອຍໄວ້ດົນ.

ຕົວຢ່າງ:

ເດີມພໍ່ແມ່ມີລູກ 5 ຄົນ.

ທຸກຄົນຮູ້ວ່າມີທີ່ດິນມໍລະດົກຕອນນີ້.

ແຕ່ຜ່ານໄປອີກຫຼາຍປີ ລູກບາງຄົນອາດເສຍຊີວິດ ແລະ ມີຄອບຄົວ ຫຼື ຜູ້ສືບສິດຕໍ່.

ຈາກເລື່ອງທີ່ເຄີຍປະສານກັບ 5 ຄົນ ອາດກາຍເປັນຕ້ອງກວດຄືນວ່າ ປັດຈຸບັນມີໃຜແດ່ທີ່ກ່ຽວຂ້ອງກັບສິດ.

ຍິ່ງປ່ອຍເລື່ອງມໍລະດົກໄວ້ດົນ ການກວດສອບຜູ້ມີສິດກໍອາດຊັບຊ້ອນຂຶ້ນ.

---

5. ບາງຄົນຢູ່ລາວ ແຕ່ບາງຄົນອາດຢູ່ຕ່າງປະເທດ

ທີ່ດິນມໍລະດົກບາງຕອນ ຜູ້ມີສິດບໍ່ໄດ້ອາໄສຢູ່ບ່ອນດຽວກັນ.

ບາງຄົນຢູ່ວຽງຈັນ, ບາງຄົນຢູ່ຕ່າງແຂວງ ແລະ ບາງຄົນອາດອາໄສຢູ່ຕ່າງປະເທດ.

ເວລາຈະຂາຍຈິງ ຈຶ່ງອາດມີເລື່ອງການປະສານງານ, ເອກະສານ, ການລົງນາມ ຫຼື ການມອບສິດໃຫ້ຜູ້ອື່ນດຳເນີນການແທນ.

ຖ້າຈັດການສ່ວນນີ້ຫຼັງຈາກຫາຜູ້ຊື້ໄດ້ແລ້ວ ການຊື້-ຂາຍອາດຕ້ອງລໍຖ້າ.

---

6. “ໃບຕາດິນຢູ່” ບໍ່ໄດ້ແປວ່າທຸກຢ່າງພ້ອມຂາຍ

ນີ້ເປັນອີກຈຸດທີ່ຄວນແຍກໃຫ້ອອກ.

ບາງຄອບຄົວອາດມີໃບຕາດິນຕົວຈິງຢູ່ຄົບ ແລະ ທີ່ດິນກໍມີຢູ່ຈິງ.

ແຕ່ຖ້າຊື່ໃນເອກະສານຍັງເປັນຊື່ຂອງຜູ້ເສຍຊີວິດ ຫຼື ສະຖານະຂອງຜູ້ມີສິດຍັງບໍ່ຖືກຈັດການໃຫ້ຊັດ ກໍບໍ່ຄວນເຂົ້າໃຈວ່າສາມາດຂາຍ ແລະ ໂອນໄດ້ທັນທີ.

ກ່ອນຮັບເງິນຈອງ ຫຼື ເຮັດຂໍ້ຕົກລົງກັບຜູ້ຊື້ ຈຶ່ງຄວນກວດເອກະສານ ແລະ ສະຖານະສິດໃຫ້ຊັດເຈນກ່ອນ.

---

7. ຜູ້ຊື້ບໍ່ໄດ້ຢ້ານ “ທີ່ດິນມໍລະດົກ” ແຕ່ຢ້ານ “ຄວາມບໍ່ຊັດເຈນ”

ຕ້ອງເຂົ້າໃຈມຸມຂອງຜູ້ຊື້ດ້ວຍ.

ຜູ້ຊື້ທີ່ຈະຈ່າຍເງິນກ້ອນໃຫຍ່ ບໍ່ໄດ້ສົນໃຈພຽງວ່າດິນງາມ ຫຼື ລາຄາດີ.

ເຂົາຍັງຕ້ອງການຄວາມໝັ້ນໃຈວ່າ:

ຈ່າຍເງິນແລ້ວ ການຊື້-ຂາຍສາມາດເດີນຕໍ່ຈົນສຳເລັດໄດ້.

ຖ້າມື້ນີ້ຜູ້ຂາຍບອກລາຄາໜຶ່ງ ແຕ່ມື້ອື່ນມີຍາດອີກຄົນບອກວ່າບໍ່ຂາຍ,

ຫຼື ຜູ້ຊື້ກຽມເງິນແລ້ວ ແຕ່ຈຶ່ງຮູ້ວ່າເອກະສານມໍລະດົກຍັງຕ້ອງດຳເນີນຕໍ່,

ຄວາມໝັ້ນໃຈກໍຈະຫຼຸດລົງ.

ແລະ ຖ້າມີທີ່ດິນອີກຕອນໜຶ່ງຢູ່ໃນລະດັບລາຄາໃກ້ຄຽງກັນ ແຕ່ເຈົ້າຂອງຊັດເຈນ ແລະ ເອກະສານພ້ອມ ຜູ້ຊື້ອາດເລືອກຕອນນັ້ນແທນ.

ນີ້ຄືໜຶ່ງໃນເຫດຜົນທີ່ ຄວາມບໍ່ພ້ອມດ້ານສິດ ແລະ ເອກະສານ ສາມາດກະທົບຕໍ່ “ຄວາມງ່າຍໃນການຂາຍ” ໄດ້.

---

8. ຖ້າຄອບຄົວຕົກລົງກັນບໍ່ໄດ້ ບັນຫາອາດຍາວກວ່າການຂາຍທີ່ດິນ

ບາງຄັ້ງບັນຫາເລີ່ມຈາກລາຄາຂາຍ ແຕ່ສຸດທ້າຍກາຍເປັນບັນຫາການແບ່ງຊັບພາຍໃນຄອບຄົວ.

ບາງຄົນຢາກເກັບທີ່ດິນໄວ້.

ບາງຄົນຕ້ອງການເງິນ ແລະ ຢາກຂາຍ.

ບາງຄົນຢາກແບ່ງທີ່ດິນ.

ອີກຄົນອາດບໍ່ເຫັນດີກັບສັດສ່ວນທີ່ຕົນໄດ້ຮັບ.

ຖ້າບໍ່ສາມາດຕົກລົງກັນໄດ້ ກໍອາດຕ້ອງໃຊ້ຂັ້ນຕອນທາງກົດໝາຍເພື່ອຈັດການຂໍ້ຂັດແຍ່ງ.

ດັ່ງນັ້ນ ຖ້າສະຖານະພາຍໃນຄອບຄົວຍັງບໍ່ຊັດ ການຮີບເອົາທີ່ດິນໄປປະກາດຂາຍ ອາດເປັນການເລີ່ມຈາກປາຍທາງ.

---

ແລ້ວກ່ອນຂາຍ ຄວນຈັດການຫຍັງກ່ອນ?

ສຳລັບທີ່ດິນມໍລະດົກທີ່ມີຫຼາຍຄົນກ່ຽວຂ້ອງ ກ່ອນເຮັດການຕະຫຼາດ ຄວນຈັດການໃຫ້ຊັດເຈນຢ່າງໜ້ອຍ 6 ເລື່ອງ:

1. ກວດວ່າໃຜແດ່ແມ່ນຜູ້ມີສິດ

ຢ່າອີງພຽງຄຳວ່າ “ພີ່ນ້ອງຮູ້ກັນໝົດແລ້ວ” ຄວນເຮັດສະຖານະຜູ້ມີສິດໃຫ້ຊັດ.

2. ກວດສະຖານະເອກະສານ

ໃບຕາດິນເປັນຊື່ໃຜ? ການຮັບມໍລະດົກດຳເນີນແລ້ວຫຼືຍັງ? ຍັງຂາດເອກະສານຫຍັງ?

3. ໃຫ້ຜູ້ມີສິດຕົກລົງກ່ອນວ່າຈະຂາຍ

ບໍ່ຄວນລໍຖ້າໃຫ້ມີຜູ້ຊື້ແລ້ວຈຶ່ງໄປຖາມທີລະຄົນ.

4. ກຳນົດລາຄາໃຫ້ຊັດ

ຄວນຮູ້ທັງລາຄາປະກາດ ແລະ ຂອບເຂດລາຄາທີ່ທຸກຄົນຍອມຮັບໄດ້.

5. ເລືອກຜູ້ປະສານງານຫຼັກ

ຜູ້ຊື້ ຫຼື ນາຍໜ້າຄວນຮູ້ວ່າຈະປະສານກັບໃຜ ເພື່ອບໍ່ໃຫ້ຂໍ້ມູນຈາກເຈົ້າຂອງແຕ່ລະຄົນບໍ່ກົງກັນ.

6. ກວດຄວາມພ້ອມກ່ອນຮັບເງິນຈອງ

ກ່ອນຮັບເງິນຈາກຜູ້ຊື້ ຄວນຮູ້ໃຫ້ຊັດວ່າ ຝ່າຍຜູ້ຂາຍສາມາດດຳເນີນຕາມຂໍ້ຕົກລົງໄດ້ແທ້.

---

ສະຫຼຸບ

ທີ່ດິນມໍລະດົກບໍ່ໄດ້ຂາຍຍາກ ເພາະຄຳວ່າ “ມໍລະດົກ”.

ຖ້າຜູ້ມີສິດຊັດເຈນ, ທຸກຄົນຕົກລົງກັນໄດ້, ລາຄາຊັດ, ເອກະສານພ້ອມ ແລະ ມີຄົນປະສານງານທີ່ຊັດເຈນ ການຂາຍກໍສາມາດດຳເນີນໄປໄດ້ຕາມປົກກະຕິ.

ແຕ່ມັນຈະເລີ່ມຂາຍຍາກ ເມື່ອ:

ຜູ້ມີສິດບໍ່ຊັດ + ຄວາມເຫັນບໍ່ກົງກັນ + ລາຄາບໍ່ລົງຕົວ + ເອກະສານບໍ່ພ້ອມ.

ດັ່ງນັ້ນ ກ່ອນເອົາທີ່ດິນມໍລະດົກອອກຂາຍ ຢ່າຟ້າວເລີ່ມຈາກການຖາມວ່າ:

“ຈະຂາຍໄດ້ລາຄາເທົ່າໃດ?”

ແຕ່ຄວນເລີ່ມຈາກການຖາມວ່າ:

“ມື້ນີ້ ຜູ້ມີສິດທຸກຄົນຊັດເຈນແລ້ວບໍ?
ທຸກຄົນພ້ອມຂາຍໃນລາຄາ ແລະ ເງື່ອນໄຂດຽວກັນແລ້ວບໍ?”

ເພາະບາງຄັ້ງ ການຂາຍທີ່ດິນໃຫ້ໄວ ບໍ່ໄດ້ເລີ່ມຈາກການຫາຜູ້ຊື້ໃຫ້ໄວທີ່ສຸດ — ແຕ່ເລີ່ມຈາກການເຮັດໃຫ້ຝ່າຍຜູ້ຂາຍພ້ອມກ່ອນ.

ໝາຍເຫດ: ບົດຄວາມນີ້ເປັນຂໍ້ມູນເພື່ອຄວາມຮູ້ທົ່ວໄປ. ກໍລະນີມໍລະດົກແຕ່ລະຄອບຄົວມີຂໍ້ເທັດຈິງ ແລະ ເອກະສານແຕກຕ່າງກັນ ກ່ອນຊື້-ຂາຍຈິງຄວນກວດສອບກັບພາກສ່ວນທີ່ກ່ຽວຂ້ອງ.
#ອັນດາພາຮູ້

ລາຄາທີ່ປະກາດຂາຍ ອາດບໍ່ແມ່ນລາຄາທີ່ຂາຍໄດ້ສະເໝີໄປເວລາເຮົາເຫັນທີ່ດິນ ຫຼື ເຮືອນປະກາດຂາຍ 500,000 ໂດລາ ບໍ່ໄດ້ໝາຍຄວາມວ່າ ຊັບນັ້ນ...
12/09/2026

ລາຄາທີ່ປະກາດຂາຍ ອາດບໍ່ແມ່ນລາຄາທີ່ຂາຍໄດ້ສະເໝີໄປ

ເວລາເຮົາເຫັນທີ່ດິນ ຫຼື ເຮືອນປະກາດຂາຍ 500,000 ໂດລາ ບໍ່ໄດ້ໝາຍຄວາມວ່າ ຊັບນັ້ນຈະຂາຍໄດ້ 500,000 ໂດລາສະເໝີໄປ

ລາຄາປະກາດ (Asking Price) ແມ່ນລາຄາທີ່ເຈົ້າຂອງຕ້ອງການຂາຍ.
ແຕ່ ລາຄາທີ່ຊື້-ຂາຍກັນໄດ້ຈິງ ແມ່ນລາຄາທີ່ຜູ້ຊື້ ແລະ ຜູ້ຂາຍສາມາດຕົກລົງກັນໄດ້.
ສອງລາຄານີ້ຈຶ່ງອາດບໍ່ເທົ່າກັນ.

ແລ້ວແມ່ນຫຍັງເປັນປັດໄຈ❓️
1. ຄວາມຕ້ອງການຂອງຕະຫຼາດໃນຊ່ວງນັ້ນ
ອະສັງຫາ ບໍ່ໄດ້ມີ Demand ເທົ່າກັນຕະຫຼອດ ບາງຊ່ວງອາດມີຄົນຊອກຫາທີ່ດິນເພື່ອສ້າງເຮືອນຫຼາຍ, ບາງຊ່ວງນັກລົງທຶນອາດຊະລໍການຊື້. ດັ່ງນັ້ນ ຊັບດຽວກັນ ແຕ່ເຂົ້າຕະຫຼາດຄົນລະຊ່ວງເວລາ ກໍອາດໄດ້ຮັບການຕອບຮັບຕ່າງກັນ.

2. ຜູ້ຊື້ມີທາງເລືອກ
ຜູ້ຊື້ບໍ່ໄດ້ເບິ່ງພຽງແຕ່ຊັບຂອງເຮົາ ເຂົາສາມາດປຽບທຽບກັບທີ່ດິນ ຫຼື ເຮືອນອື່ນໆໃນບໍລິເວນດຽວກັນ ທັງລາຄາ, ຂະໜາດ, ທາງເຂົ້າ, ໜ້າກວ້າງ, ຮູບຊົງຂອງດິນ ແລະ ການນຳໃຊ້ ຖ້າມີຊັບອື່ນທີ່ຕອບໂຈດໃກ້ຄຽງກັນ ແຕ່ລາຄາເໝາະສົມກວ່າ ຜູ້ຊື້ກໍມີສິດເລືອກຊັບນັ້ນ.

3. ຄວາມພ້ອມຂອງຜູ້ຊື້
ຄົນສົນໃຈຫຼາຍ ບໍ່ໄດ້ໝາຍຄວາມວ່າ ຈະມີຜູ້ຊື້ທີ່ພ້ອມຈ່າຍຫຼາຍ.
ຜູ້ຊື້ແຕ່ລະຄົນມີງົບປະມານ, ເງິນສົດ, ຄວາມສາມາດດ້ານສິນເຊື່ອ ແລະ ເຫດຜົນໃນການຊື້ທີ່ແຕກຕ່າງກັນ ສິ່ງສຳຄັນຈຶ່ງບໍ່ແມ່ນພຽງວ່າ “ມີຄົນສົນໃຈບໍ?” ແຕ່ຕ້ອງເບິ່ງຕໍ່ວ່າ “ມີຜູ້ຊື້ທີ່ພ້ອມຊື້ໃນລາຄານີ້ບໍ?”

4. Location ແລະ ຄຸນລັກສະນະຂອງຊັບ
ຢູ່ບ້ານດຽວກັນ ຫຼື ຢູ່ຫ່າງກັນບໍ່ຫຼາຍ ກໍບໍ່ໄດ້ໝາຍຄວາມວ່າລາຄາຄວນເທົ່າກັນ ຕ້ອງເບິ່ງອີກຫຼາຍປັດໄຈ ເຊັ່ນ ຕິດທາງໃຫຍ່ ຫຼື ເຂົ້າຊອຍ, ຄວາມກວ້າງຂອງທາງ, ໜ້າດິນ, ຮູບຊົງ, ຂະໜາດ, ສິ່ງແວດລ້ອມ, ໂຄງສ້າງພື້ນຖານ ແລະ ຊັບນັ້ນສາມາດນຳໄປພັດທະນາຫຍັງໄດ້.

5. ລາຄາຂອງຊັບທີ່ໃກ້ຄຽງ
ການເບິ່ງ Comparable ຫຼື ຊັບທີ່ໃກ້ຄຽງ ເປັນອີກຂໍ້ມູນໜຶ່ງທີ່ຊ່ວຍວິເຄາະລາຄາ ແຕ່ຕ້ອງລະວັງ:
ລາຄາທີ່ຄົນອື່ນ “ປະກາດຂາຍ” ບໍ່ໄດ້ໝາຍຄວາມວ່າ ເຂົາ “ຂາຍໄດ້” ໃນລາຄານັ້ນແລ້ວ ຖ້າມີຂໍ້ມູນລາຄາຊື້-ຂາຍທີ່ເກີດຂຶ້ນຈິງ ແລະ ຊັບມີລັກສະນະໃກ້ຄຽງກັນ ຂໍ້ມູນນັ້ນຈະຊ່ວຍສະທ້ອນຕະຫຼາດໄດ້ດີກວ່າການເບິ່ງລາຄາປະກາດພຽງຢ່າງດຽວແລ້ວເຈົ້າຂອງຄວນເບິ່ງຫຍັງ? ການຕັ້ງລາຄາບໍ່ຄວນເບິ່ງພຽງວ່າ “ເຮົາຢາກໄດ້ເທົ່າໃດ?”
ແຕ່ຄວນຖາມເພີ່ມວ່າ: “ໃນລາຄານີ້ ຜູ້ຊື້ເຫັນຄຸນຄ່າຫຍັງ ແລະ ມີເຫດຜົນຫຍັງທີ່ຈະຍອມຈ່າຍ?”
ເພາະສຸດທ້າຍແລ້ວ...
ລາຄາປະກາດ ແມ່ນລາຄາທີ່ເຮົາເລີ່ມສະເໜີຕໍ່ຕະຫຼາດ ສ່ວນລາຄາທີ່ຂາຍໄດ້ຈິງ ເກີດຈາກຈຸດທີ່ຜູ້ຂາຍຍອມຮັບ ແລະ ຜູ້ຊື້ພ້ອມຈ່າຍ.
ດັ່ງນັ້ນ “ລາຄາປະກາດຂາຍ” ແລະ “ລາຄາທີ່ຂາຍໄດ້” ຈຶ່ງບໍ່ຈຳເປັນຕ້ອງເປັນຕົວເລກດຽວກັນ.
#ອັນດາພາຮູ້
#ລາຄາປະກາດຂາຍ
#ຕະຫຼາດອະສັງຫາ
#ຄວາມຮູ້ອະສັງຫາ
#ຄວາມຮູ້ເລື່ອງທີ່ດິນ
#ຊື້ຂາຍທີ່ດິນ
#ເຈົ້າຂອງຊັບ
#ຜູ້ຊື້ອະສັງຫາ
#ທີ່ດິນວຽງຈັນ
#ອະສັງຫາວຽງຈັນ

Address

Vientiane

Website

Alerts

Be the first to know and let us send you an email when ANDA Property Agency posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category